|ເລື່ອງຄົນປ່າ|
^ເລື່ອງລາວຂອງຊາຍທີ່ບໍ່ສົມຫວັງໃນຄວາມຮັກ^
> ຄວາມຮັກຄືສີ່ງສວຍງາມ ຄືຄວາມສຸກ ແລະ ຄືຄວາມ
ເຈັບປວດ.
>ຊາຍຫນຸ່ມທີ່ເຕັມປຽມດ້ວຍຄວາມຈີງໃຈແລະຊືສັດ ຮັກດຽວໃຈດຽວ ສັດທາໃນຄວາມຮັກແລ້ວຄວາມຮັກກໍ່ທຳຮ້າຍເຂົາ.
> ເລື່ອງທັງຫມົດເລີ່ມຕົ້ນຈາກ ນາຍຈິ໋ວ ເກີດວັນທີ່02 02 2000.ມີຮັກແລກແລະຮັກດຽວທີ່ເຂົາຕ້ອງການຕອນອາຍຸ20ປີ ເປັນແຟນກັນໃດ້8ປີ ພົບກັນສະໄຫມມັດທະຍົມຕົ້ນທີ່ໂຮງຮຽນແຫ່ງຫນື່ງ ແຕ່ແລ້ວໂຊກສະຕາກັບຫລີ້ນຕະຫລົກຕ້ອງອົກຫັກ ເຈັບປວດ ທໍລະມານ ເສົ້າສ້ອຍແລະໂທດຕົວເອງເປັນເວລາສາມປີ.
> ໃນຄວາມອອ່ນແອ ຊວງເວລາເລວຮ້າຍເຮັດໃຫ້ນາຍຈີ໋ວ ນືກຄິດໃດ້ການທີ່ບໍ່ມີໃຜກະຍັງຫາຍໃຈໃດ້ ໂຕຄົນດຽວກະບໍ່ເຫັນຕາຍ ຈື່ງເດີນທາງສູ່ປ່າລືກເປັນປ່າຝົນທີ່ອຸດົມສົມບູມ.
> ຈາກນັ້ນຄຳວ່າຄອບຄົວ ເພືອນຟູງ ຍາດມິດ ແລະ ຄົນທີ່ຮັກເຂົາໃດ້ຖີ້ມທຸກຢ່າງເຫລົ່ານັ້ນ ມີປ່າເປັນບ້ານ ມີລຳທານເປັນຊີວິດ ມີມິດສະຫາຍເປັນຕົ້ນໄມ້ໃບຫຍ້າ ມີສັດປ່າເປັນອາຫານ
>ເປັນເວລາສອງເດືອນໃນການຫາສະຖານທີ່ໆເຫມາະສົມ
ມີແຫ່ງອາຫານເຊັ່ນ:ຫມູປ່າ ຟານ ເຫັງນ ລີງ ກະຮອກນົກ ຫນູ ແລະ ປາ ເປັນຕົ້ນ ນອກນັ້ນຍັງມີ: ໜໍ່ໄມ້ຫລາຍປະເພດ ຫມາກໄມ້ນາໆຊະນິດ ແລະ ພືດທີ່ເຕີບໃຫຍ່ສະເພາະໃນປ່າອີກນັບບໍ່ຖ້ວນ.
>ກະມີບາງຊວງເວລາທີ່ອາຫານໃດ້ສັດໃຫຍ່ນ້ອຍຈຳນວນຫລາຍ ຈື່ງອອກຈາກປ່າມາໃຫ້ ພໍ່ ແມ່ ເພາະສຳນືກໃນບຸນຄຸນທີ່ລຽງເຂົາໃຫ້ເຕີບໃຫຍ່ ໃຫ້ ພໍ່ ແມ່ ຢູ່ກັບນ້ອງສາວ ເຫດນັ້ນຈື່ງບໍ່ມີສີ່ງໃດໃຫ້ກັງວົນ.
>ຫນື່ງເດືອທຳອິດເປັນຈຳນວນສາມຄັ້ງ ທີ່ນາຍຈີ໋ວເດີນທາງມາບ້ານຄົນຈາກນັ້ນກໍ່ນ້ອຍລົງເລືອຍໆ ແລະ ບໍ່ອອກມາຈາກປ່າອີກເລີຍກາຍເປັນຄົນດຽວທີ່ອາໃສຢູ່ປ່າເປັນບ້ານຂອງລາວ
>ຜ່ານໄປພຽງຫນື່ງປີ ນາຍຈີ໋ວ ກໍ່ສາມາດໃຊ້ຊີວິດໃນປ່າຢ່າງແທ້ຈີງ ມີເຮືອນທີ່ສ້າງຈາກຕົ້ນໄມ້ ມີສ່ວນຜັກທີ່ເອົາພຶດຈາກບ້ານໄປປູກຫລາຍຊະນິດ ມີນາເຂົ້າຫນື່ງໄຮ່ ຕັດຂາດຈາກຄົນໂດຍສີ້ນເຊີງ ບໍ່ມີຄວາມວຸ້ນວາຍເລື່ອງບ້ານເມືອງ ມີຄວາມສະຫງົບ ແລະ ມີຄວາມສັນໂດດທີ່ຫລາຍຄົນບໍ່ມີ
> ສຸດທ້າຍທຸກຢ່າງກໍ່ຕ້ອງມີການຈາກລາ ນາຍຈີ໋ວຄົນປ່າ ໃດ້ເສຍຊີວິດຕອນອາຍຸ75ປີ ໃນປ່າທີ່ເປັນບ້ານຂອງລາວເອງເປັນເວລາ51ປີ ທີ່ ນາຍຈີ໋ວຄົນປ່າ ມີຊີວິດຢູ່ໃນປ່າພຽງຄົນດຽວ.
"ຄວາມຄຸ້ມຄ່າໃນຊີວິດຄືການເລືອກໃຊ້ຊີວິດດ້ວຍໂຕເອງ"
(ຈົບ ເລື່ອງຄົນປ່າ)
《 | ຜູ້ຂຽນ ບາໂຈ້ ໂຄດລັດປັດໂທເອີຍ | 》